ສະຖານທີ່ ທ່ອງທ່ຽວຕ່າງໆໃນເມືອງຍອດອູ ແຂວງ ຜົ້ງສາລີ ເໜືອສຸດປະເທດລາວ

 

  • ປ່າສະຫງວນພູຕາສານ ເມືອງຍອດອູ. (ຜົ້ງສາລີ)
  • ປ່າສະຫງວນພູຕາສານ ຕັ້ງຢູ່ທາງທິດເໜືອ ຂອງເມືອງຜົ້ງສາລີ ຊຶ່ງມີຊາຍແດນ
    ທິດຕາເວັນອອກຕິດກັບ ສປ ຈີນ, ທິດໃຕ້ຕິດກັບເມືອງຜົ້ງສາລີ, ທິດເໜືອຕິດ
    ກັບ ສປ ຈີນ ແລະ ທິດຕາເວັນຕົກຕິດກັບ ເມືອງບຸນເໜືອ, ເຊິ່ງເປັນເຂດທີ່ມີ
    ສັດນ້ຳ-ສັດປ່າ ແລະ ຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ທີ່ຍັງຮັກສາ
    ຄວາມອຸດົມສົມບູນ ດ້ວຍລະບົບນິເວດວິທະຍາ ແລະ ຊິວະວິທະຍາ. 

    ດັ່ງນັ້ນ ຈຶ່ງຈັດການສ້າງໂຄງການສຳຫຼວດອອກແບບເບື້ອງຕົ້ນ ເພື່ອຈັດເປັນເຂດ
    ທ່ອງທ່ຽວ ແນໃສ່ປົກປັກຮັກສາສັດນ້ຳ, ສັດປ່າໃຫ້ດຳລົງ ຄົງຕົວ ແລະ ຂະ
    ຫຍາຍຕົວຕາມທຳ ມະຊາດ ເພື່ອສ້າງເປັນຈຸດການສຶກສາຄົ້ນຄວ້າ ທາງດ້ານ
    ວິທະຍາສາດ ແລະ ສິ່ງແວດລ້ອມ. ມີໄລຍະທາງຫ່າງ ຈາກເທດສະບານ ຂຶ້ນ
    ໄປທິດເໜືອ 82 ກິໂລແມັດ.

     

  • ວັດຫຼວງອູໃຕ້ ເມືອງຍອດອູ. (ຜົ້ງສາລີ)
  • ວັດແຫ່ງນີ້ຕັ້ງຢູ່ອູໃຕ້ ຕາມທີ່ຄົນທ້ອງຖິ່ນເວົ້າວ່າ: ວັດແຫ່ງນີ້ຖືກສ້າງຂຶ້ນໃນປີ
    1445, ສ້າງພ້ອມດຽວກັບວັດສີສະເກດ (ວຽງຈັນ) ແລະ ວັດຊຽງຮູ ແຂວງຢູນນານ
    ສປ ຈີນ, ວັດເຫຼົ່ານີ້ມີຮູບຊົງ ແລະ ລັກສະນະຄ້າຍຄືກັນ, ໂຄງສ້າງຂອງຫຼັງຄາ
    ອອກແບບໂດຍນາຍຊ່າງ ທີ່ມີປະສົບການ, ແຕ່ລະພາກສ່ວນຂອງຫຼັງຄາ ແມ່ນມຸງ
    ດ້ວຍດິນຂໍ ທີ່ຜະລິດຈາກດິນໜຽວ ທີ່ມີຄວາມທົນທານ ຈົນມາເຖິງວັນນີ້. ມີໄລຍະ
    ທາງຫ່າງຈາກເທດສະບານ ແຂວງ 137 ກິໂລແມັດ.

     

  • ວັດຫຼວງອູເໜືອ ເມືອງຍອດອູ. (ຜົ້ງສາລີ)
  • ວັດຫຼວງ ເປັນວັດທີ່ມີຄວາມສວຍງາມ ແລະ ໃຫຍ່ໂຕ, ລັກສະນະໂຄງສ້າງ ແມ່ນ
    ອອກແບບຂອງເຜົ່າລື້, ພ້ອມທັງຫຼັງຄາທີ່ມີຮູບແບບໂຄ້ງຕ່ຳ ທີ່ມຸງດ້ວຍດິນຂໍ ທີ່ເຮັດ
    ດ້ວຍດິນໜຽວ ແລະ ອ້ອມຮອບທາສີດ້ວຍສີນ້ຳຄຳທາງຫຼັງຖ້ານບ່ອນທີ່ພະເຈົ້າ
    ປະທັບ ຈະມີແຜ່ນຈາລຶກ ທີ່ບອກກ່ຽວກັບ ປະຫວັດຄວາມເປັນມາຂອງວັດແຫ່ງນີ້.

     

  • ທາດອົງໄຫ ເມືອງຍອດອູ. (ຜົ້ງສາລີ)
  • ວັດແຫ່ງນີ້ ຕັ້ງຢູ່ໃນປ່າ ຟາກກົງກັນຂ້າມຂອງແມ່ນ້ຳອູ, ມີຂັ້ນໄດຍ່າງຂຶ້ນໄປຫາວັດ
    ນີ້465ຂັ້ນເມື່ອຂຶ້ນໄປເຖິງທາດທ່ານສາມາດຊົມວິວທີ່ສວຍສົດງົດງາມທັງສອງດ້ານ
    ຂອງວັດ ໂດຍສະເພາະແມ່ນ ດ້ານວິວທາງອູເໜືອ ແລະ ໂຕວັດເອງ ກໍ່ມີການ
    ປະດັບປະດາດ້ວຍລວດລາຍການແກະສະລັກ ທີ່ໜ້າປະທັບໃຈຫຼາຍໆຢ່າງ.

     

  • ຫີນຮູບພະບາດ ບ້ານພໍ້ ເມືອງຍອດອູ. (ຜົ້ງສາລີ)
  • ຫີນທີ່ມີຮູບຮ່າງຄ້າຍຄືພະບາດຂອງພະພຸດທະເຈົ້າ ເປັນສະຖານທີ່ທີ່ສັກ ສິດແຫ່ງ
    ໜຶ່ງ ທີ່ຊາວເມືອງຍອດອູໃຫ້ຄວາມເຄົາລົບ ແລະ ເປັນສິ່ງທີ່ແປກຫູ ແປກຕາທີ່ຊອກ
    ຊົມໄດ້ຍາກໃນເຂດອື່ນ ຈຶ່ງເປັນທີ່ສົນໃຈຂອງແຂກຕ່າງດ້າວທ້າວຕ່າງແດນທີ່ໄດ້ມາ
    ຊົມໃນຂົງເຂດນີ້.

     

  • ທາດກິ່ວອໍ ເມືອງຍອດອູ. (ຜົ້ງສາລີ)
  • ທາດນີ້ ສ້າງຂຶ້ນຢູ່ເທິງເນີນພູ, ທາສີດ້ວຍສີເຫລືອງ-ຂາວ, ມີທີ່ຕັ້ງຫ່າງຈາກອູໃຕ້
    ໄປທາງທິດໃຕ້ປະມານ 4 ກິໂລແມັດ ເສັ້ນທາງລະຫວ່າງທາງ ໄປຫາທາດ
    ຂ້ອນຂ້າງລຳບາກ ແລະ ໃຊ້ເວລາເດີນທາງປະມານ 5 ຊົ່ວໂມງ ຈຶ່ງໄປເຖິງທາດ
    ດັ່ງກ່າວນີ້.

     

  • ຄ້າຍເກົ່າຝຣັ່ງ ເມືອງຍອດອູ. (ຜົ້ງສາລີ)
  • ຄ້າຍເກົ່າທະຫານຝຣັ່ງທີ່ສ້າງຂຶ້ນໃນສະໄໝສົງຄາມຝຣັ່ງ ແລະ ຍັງເຫຼືອຮ່ອງຮອຍ
    ໃຫ້ຄົນຮຸ້ນຫຼັງໄດ້ສຶກສາແລະຮຽນຮູ້ປະຫວັດວ່າເຂົາເຈົ້າຂົມເຫັງທາລຸນຄົນລາວເຮົາ
    ໃຫ້ເປັນທາດເຂົາເຈົ້າໃນ

    ສະໄໝນັ້ນຄືແນວໃດ.

     

  • ໜອງຫຼວງອູເໜືອ ເມືອງຍອດອູ. (ຜົ້ງສາລີ)
  • ໜອງຫຼວງ ຕັ້ງຢູ່ບ້ານອູເໜືອ, ເປັນໜອງຂອງບ້ານອູເໜືອເຊິ່ງເປັນໜອງທີ່ມີ
    ຂະໜາດໃຫຍ່ ແລະ ມີນ້ຳໃສສະອາດ, ຊາວ ບ້ານໄດ້ມີການປ່ອຍປານາໆພັນ
    ລົງໃນໜອງດັ່ງກ່າວ ແລະ ມີການແຜ່ພັນເປັນຈຳນວນຫຼວງຫຼາຍ.

     

  • ທາດຫົວເມືອງ. ເມືອງຍອດອູ (ຜົ້ງສາລີ)
  • ພະທາດ ທາສີດ້ວຍສີເຫຼືອງ ແລະ ວັດນີ້ ເປັນວັດທີ່ເກົ່າແກ່ທີ່ສຸດຂອງອູໃຕ້ມີ ຮູບ
    ພະຍານາກສອງໂຕ ທີ່ປັ້ນດ້ວຍຊີເມນທັງສອງຂ້າງຂອງພະທາດ, ພະທາດນີ້ ແມ່ນ
    ສ້າງຂຶ້ນ ພາຍຫຼັງປະຊາຊົນໃນເຂດນັ້ນ ໄດ້ລົ້ມຕາຍຈຳນວນຫຼວງ ຫຼາຍ ດ້ວຍ
    ເຊື້ອໂລກລະບາດ.

     

  • ທາດກິວແອກ.ເມືອງຍອດອູ (ຜົ້ງສາລີ)
  • ທາດນີ້ ມີປະຫວັດໜຶ່ງ ທີ່ເລົ່າຈາກຜູ້ເຖົ້າຜູ້ແກ່ໃນເຂດນີ້ເວົ້າວ່າ: ໃນປີໜຶ່ງທີ່ມີນ້ຳ
    ຖ້ວມຢ່າງຮຸນແຮງ ແລະ ມີຄວາຍໂຕໜຶ່ງ ທີ່ໄຫຼໄປກັບກະແສນ້ຳ ເຊິ່ງຊາວບ້ານຄິດ
    ວ່າຄວາຍໂຕນັ້ນບໍ່ລອດແລ້ວ.

     

  • ແຫຼ່ງທ່ອງທ່ຽວພູຟ້າ ເມືອງຜົ້ງສາລີ. (ຜົ້ງສາລີ)
  • ພູຟ້າ ແມ່ນມິ່ງຂັວນຂອງຊາວເມືອງເທດສະບານແຂວງຜົ້ງສາລີ ເປັນພູທີ່ສວຍສົດ
    ງົດງາມ, ຕັ້ງຢູ່ຕາເວັນອອກ ສຽງເໜືອຂອງຕົວເມືອງຜົ້ງສາລີ; ພູຟ້າມີຄວາມສູງ
    1,625 ແມັດ ທຽບຈາກໜ້ານ້ຳທະເລ, ມີຂັ້ນໄດຂຶ້ນ 863 ຂັ້ນ ແລະ ມີເນື້ອທີ່ທັງ
    ໜົດ 200 ເຮັກຕາ

    ຍອດອູແດນງານ

    Email: ounchang8884@gmail.com

    Facebook: www.facebook.com/ounchang.navone

     

     

     

     

     

     

     

    Free Web Hosting